ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ເມີໄລອອນ! ສິງທະເລແຫ່ງປະເທດສິງກະໂປ ທີ່ທ່ານບໍ່ຄວນພາດ







ອາທິດ, ວັນທີ 19 ມິຖຸນາ 2016, ເວລາ 15:00
ພາບຈາກ: webmasindra

          ເມີໄລອອນ (Merlion Park) ຖືກອອກແບບເປັນສັນຍາລັກຂອງຄະນະກໍາມະການທ່ອງທ່ຽວຂອງສິງກະໂປ (Singapore Tourism Board – STB) ໃນປີ 1964 ເຊິ່ງເປັນຮູບປັ້ນທີ່ມີຫົວເປັນສິງ ແລະ ຮ່າງກາຍເປັນປາ. ຕໍ່ມາບໍ່ນານທົ່ວໂລກກໍ່ຖືກັນວ່າສິງທະເລໂຕນີ້ ເປັນເຄື່ອງໝາຍປະຈຳ ຊາດສິງກະໂປ. ແຕ່ກ່ອນຮູບປັ້ນນີ້ຕັ້ງຢູ່ທີ່ສວນສິງທະເລ (Merlion Park) ທາງຂ້າງຂົວເອສພລາເນດ (Esplanade Bridge) ແມ່ສິງ ແລະ ລູກສິງ ໄດ້ກາຍເປັນຈຸດສົນໃຈຂອງນັກທ່ອງທ່ຽວ ທີ່ມີການຈັດພິທີຕິດຕັ້ງຮູບປັ້ນສິງທະເລໃນວັນທີ 15 ກັນຍາ 1972 ເຊິ່ງມີປະທານໃນພິທີແມ່ນນາຍົກ ລັດຖະມົນຕີຂອງສິງກະໂປໃນເວລານັ້ນ ເຊິ່ງແມ່ນທ່ານ ລີກວນຢູ.


ພາບຈາກ: toptentravel

          ສິງໂຕນີ້ສູງ 8.6 ແມັດ, ມີນໍ້າໜັກ 70 ໂຕນ, ເຮັດມາຈາກວັດສະດຸຊີມັງ ໂດຍນາຍຊ່າງສິງກະໂປຜູ້ເສຍຊີວິດໄປແລ້ວ ເຊິ່ງຊື່ວ່າ ລິມນັງເຊັງ. ສ່ວນຮູບປັ້ນສິງໂຕທີ່ສອງມີຂະໜາດນ້ອຍກວ່າ ຂະໜາດສູງ 2 ແມັດ ແລະ ໜັກ 3 ໂຕນ ເຊິ່ງຖືກສ້າງຂຶ້ນໂດຍ ລິມນັງເຊັງ ເຊັ່ນກັນ. ຕົວຂອງສິງ ເຮັດມາຈາກວັດສະດຸຈຳພວກຊີມັງ, ຜິວໜັງເຮັດມາຈາກແຜ່ນກະເບື້ອງ ແລະ ຕາເຮັດມາຈາກຖ້ວຍຊາສີແດງຂະໜາດນ້ອຍ.


ພາບຈາກ: wikipedia

          ຜູ້ອອກແບບຊື່ ຟຣາເຊີ ບຣູນເນີ (Fraser Brunner) ເປັນຜູ້ເບິ່ງແຍງພິພິຕະພັນສັດນໍ້າແວນຄລິຟ ຫົວຮູບປັ້ນເປັນສິງ ໝາຍເຖິງ ສິງ ທີ່ເຈົ້າຊາຍຊາງນິລາອຸຕາມະເຄີຍເຫັນຕອນທີ່ ທ່ານພົບກັບເກາະຊິງາປຸຣະໃນປີ ຄ.ສ ທີ່ 11 ຕາມບັນທຶກຂອງຊາວມາເລ ສ່ວນຫາງທີ່ເປັນປາເປັນ ສັນຍາລັກຂອງເມືອງບູຮານເທມາເຊັດ (ໝາຍຄວາມວ່າ “ທະເລ” ໃນພາສາຊະວາ) ເຊິ່ງສິງກະໂປຖືກຄົ້ນພົບກ່ອນແລ້ວກ່ອນທີ່ ເຈົ້າຊາຍນິລາ ຈະຕັ້ງຊື່ເກາະນີ້ວ່າ “ຊິງາປຸຣະ” (ຊິງາ    ໝາຍຄວາມວ່າສິງ ແລະ ປຸຣະ ໝາຍຄວາມວ່າເມືອງ ໃນພາສາສັນສະກິດ).

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting